ແຂວງຜົ້ງສາລີກາຍເປັນເຂດເຊື່ອມຕໍ່ການທ່ອງທ່ຽວລະຫວ່າງເມືອງດຽນບຽນຟູ ໃນຫວຽດນາມກັບແຂວງຫລວງພະບາງ ທີ່ບັນດານັກທ່ອງທ່ຽວທັງຈາກຢູໂຣບ ແລະຈີນນິຍົມຊົມຊອບຫລາຍຂຶ້ນນັບມື້.
ານອູ່ຄໍາ ຕຸລາພັນ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ
ແຂວງຜົ້ງສາລີ ໃຫ້ການຢືນຢັນວ່າ ບັນດານັກທ່ອງທ່ຽວຈາກຢູໂຣບ ແລະຈີນໄດ້ເດີນ
ທາງເຂົ້າມາທ່ອງທ່ຽວໃນແຂວງຜົ້ງສາລີ ຫລາຍຂຶ້ນນັບມື້ ໂດຍການທ່ອງທ່ຽວສ່ວນ
ຫລາຍຈະເນັ້ນໜັກໄປໃນດ້ານວັດທະນາທໍາບັນດາຊົນເຜົ່າ ຊຶ່ງໃນປີ 2017 ຜ່ານມາກໍ
ປາກົດວ່າມີນັກທ່ອງທ່ຽວຈາກຢູໂຣບ ແລະຈີນຈໍານວນຫລາຍກວ່າ 2 ແສນຄົນທີ່ເດີນ
ທາງເຂົ້າມາທ່ອງທ່ຽວໃນແຂວງຜົ້ງສາລີ ແລະທີ່ສໍາຄັນກໍຄື ບັນດານັກທ່ອງທ່ຽວເຫລົ່າ
ນີ້ຍັງພາກັນນໍາໃຊ້ແຂວງຜົ້ງສາລີ ເປັນເຂດເຊື່ອມຕໍ່ການເດີນທາງໄປມາລະຫວ່າງເມືອງ
ດຽນບຽນຟູໃນຫວຽດນາມ ກັບແຂວງຫລວງພະບາງອີກດ້ວຍ ດັ່ງທີ່ທ່ານອູ່ຄໍາຢືນຢັນວ່າ
“ສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນກວ່າໝູ່ຢູ່ໃນແຂວງຜົ້ງສາລີນີ້ແມ່ນລາຍການຢ້ຽມ
ຢາມ ໝູ່ບ້ານຊົນເຜົ່າ ແລ້ວກໍກວມ 69 ໝູ່ບ້ານ ຢູ່ເມືອງຜົ້ງສາລີ ໄປຫາຊົນເຜົ່າອາ
ຂ່າ ແລະວກາເມືອງບຸນເໜືອ ເຂົ້າໄປຫາຊົນເຜົ່າພູນ້ອຍອາຂ່າ ແລ້ວກໍເມືອງບຸນໃຕ້.
ແລ້ວກໍອີກດ້ານນຶ່ງ ທີ່ເປັນແມ່ແຮງດຶງດູດນັກທ່ອງທ່ຽວຫັ້ນ ມັນເປັນທາງຜ່ານລະ
ຫວ່າງດຽນບຽນຟູໄປຫາຫລວງພະບາງ ແລ້ວກໍຫລວງພະບາງໄປຫາດຽນບຽນຟູ.
ນັກທ່ອງທ່ຽວສ່ວນຫລາຍຈະແມ່ນນັກທ່ອງທ່ຽວຊາວຢູໂຣບ ມາລົງຢູ່ດຽນບຽນຟູ
ແລ້ວຜ່ານເຂົ້າມາດ່ານເຕ່ຍຈາງ ແລ້ວກະມາອອກຢູ່ເມືອງຂວາເນາະ. ນອກຈາກ
ນັ້ນກໍມີນັກທ່ອງທ່ຽວຈີນ.”
ຕະຫລອດປີ 2017 ຜ່ານມານີ້ ນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນ
ແຂວງຫຼວງພະບາງທັງໝົດ 472,942 ຄົນ ກໍໄດ້ເປັນຜົນເຮັດໃຫ້ພາກທຸລະກິດ ບໍລິ
ການແລະທ່ອງທ່ຽວ ໃນແຂວງຫຼວງພະບາງ ມີລາຍຮັບຮວມ ຫຼາຍກວ່າ 170 ລ້ານໂດລາ
ຊຶ່ງກໍມີສ່ວນຢ່າງສໍາຄັນ ໃນການເຮັດໃຫ້ເສດຖະກິດຂອງແຂວງຫລວງພະບາງເພີ້ມຂຶ້ນ
ໃນລະດັບ 8.4 ເປີເຊັນ ແລະລາຍຮັບສະເລ່ຍຂອງປະຊາເພີ້ມສູງຂຶ້ນເປັນ 1,740 ໂດລາ
ຕໍ່ຄົນໃນປີ 2017 ທັງຍັງປາກົດວ່າປະຊາຊົນທີ່ຢູ່ ໃນເຂດບ້ານພັດທະນາຫຼືທີ່ມີການພັດ
ທະນາລະບົບພື້ນຖານໂຄງລ່າງຢ່າງດີແລ້ວນັ້ນກໍມີສະເລ່ຍໄດ້ສະເລ່ຍສູງເຖິງ 4 ພັນ ໂດ
ລາ ຕໍ່ຄົນ ໃນປີດຽວກັນ ອີກດ້ວຍ.
ສໍາລັບໃນປີ 2018 ນີ້ ພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວແຂວງ
ຫຼວງພະບາງ ກໍໄດ້ວາງເປົ້າໝາຍໄວ້ວ່າຈະດຶງດູດເອົານັກທ່ອງທ່ຽວ 785 ພັນຄົນ
ໃນນີ້ແບ່ງເປັນນັກທ່ອງທ່ຽວຕ່າງຊາດ 550 ພັນກວ່າຄົນ ແລະນັກທ່ອງທ່ຽວພາຍໃນ
ຫຼາຍກວ່າ235 ພັນຄົນໂດຍເພີ່ມຂຶ້ນຈາກປີ 2017 ຄິດເປັນອັດຕາສະເລ່ຍເກີນກວ່າ
20 ເປີເຊັນ ອັນຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນແຂວງຫຼວງພະບາງມີລາຍ
ຮັບຫຼາຍກວ່າ 205 ລ້ານໂດລາ.
ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກ
ຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າຊາວຫຼວງພະບາງ ຍັງຮັກສາໄດ້ທັງ
ວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະຫວັດສາດ ແລະທຳມະຊາດ
ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາທີ່ຕົກລົງໄວ້ກັບອົງການ
UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ.
ສຳລັບ ໃນປີ 2018 ອັນເປັນປີທ່ອງທ່ຽວຂອງລາວ ດ້ວຍນັ້ນ ທາງການແຂວງ
ຫຼວງພະບາງ ໄດ້ວາງແຜນສົ່ງເສີມການທ່ອງທ່ຽວດ້ວຍ 7 ກິດຈະກຳຫຼັກຄືງານ
ປະກວດຂັບລຳພື້ນເມືອງ ຫຼວງພະບາງ ງານສະຫຼອງປີທ່ອງທ່ຽວລາວ 2018
ງານບຸນສົງການປີໃໝ່ລາວ ກິດຈະກຳຂີ່ລົດຖີບ ງານມະໂຫລານຮູບເງົາ ງານທີ່ສະ
ທ້ອນໃຫ້ເຫັນເຖິງຄວາມເປັນຫຼວງພະບາງ ແລະງານສຳມະນາວ່າດ້ວຍການທ່ອງ
ທ່ຽວແບບຍືນຍົງ ທັງຍັງຈະະມີງານບຸນປະເພນີ ຢູ່ເມືອງຕ່າງໆອີກເຖິງ 30 ກິດຈະ
ກຳອີກດ້ວຍ.
ໂດຍໃນປັດຈຸບັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ-ຣີສອຣ໌ຕ 76 ແຫ່ງ, ບ້ານ
ພັກ 327 ແຫ່ງ ແລະຮ້ານອາຫານ 286 ແຫ່ງ ທີ່ຖືວ່າເປັນສ່ວນປະກອບສຳຄັນ ໃນ
ແຜນການ ພັດທະນາການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານ
ລາວ ໄດ້ວາງເປົ້າໝາຍທີ່ຈະສ້າງລາຍຮັບໃນພາກບໍລິການແລະທ່ອງທ່ຽວ ໃຫ້ໄດ້
ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020 ດ້ວຍການດຶງດູດນັກທ່ອງທ່ຽວຊາວຕ່າງ
ຊາດໃຫ້ໄດ້ເຖິງ 6 ລ້ານຄົນ ແລະສະເພາະໃນປີນີ້ ທາງການລາວກໍໄດ້ວາງເປົ້າໝາຍ
ທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານຄົນ ເພື່ອເຮັດໃຫ້ພາກບໍລິ
ການຂອງລາວ ມີລາຍຮັບເກີນກວ່າ 900 ລ້ານໂດລາ. ແຕ່ຢ່າງໃດກໍຕາມ ໃນປີ 2017
ຜ່ານມາ ກໍມີຊາວຕ່າງຊາດເດີນທາງເຂົ້າມາໃນລາວ 308 ລ້ານກວ່າຄົນ ຊຶ່ງຫລຸດລົງ
ເຖິງ 8.73 ເປີເຊັນ ທຽບໃສ່ປີ 2016.
ແຫ່ລງຂ່າວມາຈາກ:https://lao.voanews.com/a/lao-tourism-phongsaly/4423353.html
ไม่มีความคิดเห็น:
แสดงความคิดเห็น