วันเสาร์ที่ 16 มิถุนายน พ.ศ. 2561

ຂ.ອຸດົມໄຊ 12 ຄອບຄົວ ຈະໄດ້ ຄ່າຊົດເຊີຍ

ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈຳນວນ 12 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຈະໄດ້ຮັບຄ່າຊົດເຊີຍ ພາຍໃນວັນທີ 18 ມິຖຸນາ ນີ້ ເຊິ່ງຈະເປັນຊຸດທຳອິດ ໃນແຂວງອຸດົມໄຊ ທີ່ຈະໄດ້ຮັບຄ່າຊົດເຊີຍ ຜ່ານການໂອນເຂົ້າ ບັນຊີທະນາຄານ; ໂດຍແຕ່ລະຄອບຄົວ ໄດ້ເປີດບັນຊີ ທະນາຄານໄວ້ແລ້ວ ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ ວ່າ:
"ຊຸດທີນຶ່ງສິໄດ້ຮັບວັນທີ 18 ນີ້ແຫຼະ ສິເຣີ້ມຊຸດທີນຶ່ງດຽວນີ້ ຕໍ່ໄປໆຈັ່ງໄດ້ໄປໆ ໃຫ້ຊຸດນີ້ມີແຕ່ບ້ານຫ້ວຍຂຸມ ທົດລອງຊື່ໆນະ 12 ຄອບຄົວ."
ເຈົ້າໜ້າທີ່ກ່າວຕື່ມວ່າ ການຊົດເຊີຍຈະຄ່ອຍໆດຳເນີນໄປ ເປັນເຣຶ່ອງຍາກທີ່ຈະໃຫ້ໄດ້ ໝົດທຸກຄົນບາດດຽວ ຍ້ອນບາງບ່ອນ ຍັງບໍ່ທັນ ສັງລວມຂໍ້ມູນ ຖືກຜົນກະທົບໄດ້ເທື່ອ ແຕ່ເດີມ ປະຊາຊົນບ້ານຫ້ວຍຂຸມ ທີ່ຈະຖືກຜົນກະທົບ ຈາກໂຄງການນີ້ມີຮອດ 40 ຄອບຄົວແຕ່ວ່າ ໄດ້ຫຼຸດ ຈຳນວນລົງບໍ່ຮອດ 40 ຄອບຄົວແລ້ວ ເນື່ອງຈາກທາງໂຄງການ ໄດ້ປັບປ່ຽນເອົາດິນສງວນ ຂ້າງທາງຣົດໄຟເບື້ອງລະ 30 ແມັດ ຈາກແຕ່ກ່ອນຈະເອົາປະມານເບື້ອງລະ 50 ແມັດ.
ເຖີງແມ່ນວ່າກ່ອນໜ້ານີ້ ມີຣາຍງານວ່າປະຊາຊົນ ບ້ານຫ້ວຍຂຸມ ປະມານ 20 ປາຍຄອບຄົງ ໄດ້ຮັບເງິນຈາກໂຄງການ ສ້າງທາງຣົດໄຟ ກໍຕາມ ແຕ່ເຈົ້າໜ້າທີ່ຢືນຢັນວ່າ ຍັງບໍ່ມີການຊົດເຊີຍ, ຂ່າວດັ່ງກ່າວສ້າງຄວາມສັບສົນ ທາງດ້ານຂໍ້ມູນ.
ເມື່ອບໍ່ດົນມານີ້ ທ່ານ ບູນຈັນ ສີນທະວົງ ຣັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດວ່າ ທາງການ ຈະເລັ່ງຊົດເຊີຍເງິນ ໃຫ້ຜູ້ຖືກຜົນກະທົບ ຈາກໂຄງການສ້າງ ທາງຣົດໄຟ ລາວ-ຈີນ ນັບຕັ້ງແຕ່ທ້າຍເດືອນ ມີຖຸນາ ປີ 2018 ເປັນຕົ້ນໄປ ໂດຍເງີນທີ່ກຽມເອົາໄວ້ ສຳລັບຊົດເຊີຍ ມີປະມານ 2,492 ຕື້ກີບ ເຊິ່ງຈະມອບໃຫ້ການນຳ ແຕ່ລະແຂວງເປັນຜູ້ເບີກຈ່າຍ ໃຫ້ແກ່ປະຊາຊົນ ພາຍໃນແຂວງຂອງຕົນ.
ປັດຈຸບັນ ໂຄງການສ້າງທາງຣົດໄຟ ລາວ-ຈີນ ມີຄວາມຄືບໜ້າແລ້ວປະມານ 33% ສ່ວນວຽກງານຍົກຍ້າຍສິ່ງກີດຂວາງຍັງ ບໍ່ສຳເຣັດເທື່ອ. ທາງການລາວຄາດວ່າ ໂຄງການຣົດໄຟ ລາວ-ຈີນ ຈະສ້າງໃຫ້ສຳເຣັດ ພາຍໃນປີ 2021.

ไม่มีความคิดเห็น:

แสดงความคิดเห็น

ຂ.ອຸດົມໄຊ 12 ຄອບຄົວ ຈະໄດ້ ຄ່າຊົດເຊີຍ

ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈຳນວນ 12 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຈະໄດ້ຮັບຄ່າຊົດເຊີຍ ພາຍໃນວັນທີ 18 ມິຖ...