วันศุกร์ที่ 15 มิถุนายน พ.ศ. 2561

ໄພຮ້າຍຈາກການສູບຢາຂ້າຊີວິດຄົນເຖິງ 7 ລ້ານຄົນຕໍ່ປີ

ລາຍງານຈາກອົງການອະນາໄມໂລກ ຫຼື WHO (World Health Organization) ທີ່ເປີດເຜີຍອອກມາໃນວັນທີ 31 ພຶດສະພາທີ່ຜ່ານມາ ລະບຸວ່າໂທດຂອງຢາສູບທີ່ເປັນໜຶ່ງໃນສາເຫດທີ່ເກີດໂລກມະເຮັງນັ້ນ, ມັນຍັງໄດ້ສົ່ງຜົນໃຫ້ເກີດໂລກຫົວໃຈ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 3 ລ້ານຄົນຕໍ່ປີ.

ລາຍງານຈາກອົງການອະນາໄມໂລກລະບຸວ່າ ເຖິງແມ່ນວ່າຈໍານວນຜູ້ທີ່ສູບຢາຕັ້ງແຕ່ປີ 2000 ຈະຫຼຸດລົງຫຼາຍ, ແຕ່ກໍຍັງມີຄົນສູບຢາຢູ່ເປັນຈໍານວນຫຼາຍ. ນອກຈາກນີ້, ປະຊາກອນຢູ່ໃນໂລກຍັງຂາດຄວາມຮູ້ກ່ຽວກັບໂທດ ແລະ ຜົນກະທົບຕໍ່ສຸຂະພາບທີ່ເກີດຂຶ້ນຈາກການສູບຢາ.
ແລະ ຍັງໄດ້ລະບຸຕື່ມວ່າ ໃນແຕ່ລະປີ, ມີຜູ້ເສຍຊີວິດເຊິ່ງມີສາເຫດທີ່ກ່ຽວຂ້ອງກັບການສູບຢາຫຼາຍເຖິງ 7 ລ້ານຄົນ, ຜູ້ເສຍຊີວິດຈໍານວນ 890,000 ຄົນໃນຈໍານວນນີ້ມີສາເຫດມາຈາກການສູບຢາມືສອງ ຫຼື ແມ່ນການສູດຄວັນຢາສູບຈາກຄົນອື່ນເຂົ້າໄປ. ແຕ່ກໍຍັງມີຫຼາຍຄົນບໍ່ຮູ້ວ່າໃນຈໍານວນຜູ້ເສຍຊີວິດທັງໝົດນັ້ນເກືອບເຄິ່ງໜຶ່ງ ຫຼື ປະມານ 3 ລ້ານຄົນເສຍຊີວິດຈາກອາການໂລກຫົວໃຈ ລວມເຖິງອາການຫົວໃຈວາຍ ແລະ ເສັ້ນເລືອດຫົວໃຈຕີບ.
ທ່ານ ເທດຣອດ ແອດຮານອມ ເກເບຣເຍຊຸດ, ຜູ້ອຳນວຍການອົງການ WHO ກ່າວວ່າ: “ຄົນສ່ວນໃຫຍ່ຮູ້ວ່າການສູບຢາເປັນສາເຫດຂອງໂລກມະເຮັງ ແລະ ໂລກປອດ, ແຕ່ຄົນຈໍານວນຫຼາຍຍັງບໍ່ຮູ້ວ່າຢາສູບເປັນສາເຫດຂອງອາການຫົວໃຈວາຍ ແລະ ໂລກເສັ້ນເລືອດຫົວໃຈຕີບ”.
ໃນຄວັນຢາສູບມີສານເຄມີຫຼາຍກວ່າ 7,000 ຊະນິດ ເຊິ່ງລວມໄປເຖິງສານທາຣ໌ ແລະ ສານອື່ນໆທີ່ສາມາດສົ່ງຜົນໃຫ້ເສັ້ນເລືອດແດງຕີບ ແລະ ສ້າງຄວາມເສຍຫາຍໃຫ້ກັບເສັ້ນເລືອດໄດ້. ໃນຂະນະທີ່ນິໂຄຕິນ, ສານສໍາຄັນໃນຢາສູບ, ມີຄວາມກ່ຽວຂ້ອງກັບການເພີ່ມອັດຕາການເຕັ້ນຂອງຫົວໃຈ ແລະ ໂລກຄວາມດັນ. ນອກຈາກນັ້ນ, ອາຍພິດທີ່ປ່ອຍອອກຈາກຢາສູບກໍຄືອາຍຄາບອນມອນອອກໄຊນັ້ນ ມັນໄດ້ເຂົ້າມາແທນທີ່ອັອກຊິເຈັນໃນຮ່າງກາຍ ສົ່ງຜົນໃຫ້ອັອກຊິເຈັນທີ່ໄປລ້ຽງກ້າມເນື້ອຫົວໃຈໜ້ອຍລົງ.
ຈາກການສຳຫຼວດຈາກອົງການອະນາໄມໂລກພົບວ່າ ປະຊາກອນໂລກຈໍານວນຫຼາຍຍັງຄົງບໍ່ຮູ້ເຖິງຜົນກະທົບຂອງຢາສູບທີ່ມີຕໍ່ຫົວໃຈ ເຊັ່ນ: ປະຊາກອນໃນຈີນຫຼາຍກວ່າ 60 ສ່ວນຮ້ອຍ ບໍ່ຮູ້ວ່າການສູບຢາສົ່ງຜົນໃຫ້ເກີດອາການຫົວໃຈວາຍໄດ້, ປະຊາກອນຜູ້ໃຫຍ່ໃນອິນເດຍ ແລະ ອິນໂດເນເຊຍຫຼາຍກວ່າເຄິ່ງໜຶ່ງ ບໍ່ຮູ້ວ່າຢາສູບເຮັດເກີດເສັ້ນເລືອດຫົວໃຈຕີບໄດ້.
ແຫ່ລງຂ່າວມາຈາກ:https://laopost.com/2018/06/01/101114

ไม่มีความคิดเห็น:

แสดงความคิดเห็น

ຂ.ອຸດົມໄຊ 12 ຄອບຄົວ ຈະໄດ້ ຄ່າຊົດເຊີຍ

ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈຳນວນ 12 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຈະໄດ້ຮັບຄ່າຊົດເຊີຍ ພາຍໃນວັນທີ 18 ມິຖ...