ຂປລ. ທ່ານ ບຸນລ໋ອງ ບຸຜາຄໍາ ຫົວໜ້າສາຂາທະນາຄານເອຊີລີດາ ຈໍາກັດປະຈໍາແຂວງຄໍາມ່ວນໄດ້ກ່າວວ່າ: ໃນປີ 2018 ແຜນລະດົມເງິນຝາກຈະໃຫ້ໄດ້ 46,278 ຕື້ກີບ, ດ້ານສິນເຊື່ອເງິນກູ້ຕາມແຜນການແມ່ນ 66,465 ຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄຕຣມາດທີ 1 ດ້ານເງິນຝາກປະຕິບັດໄດ້ 11 ຕື້ກີບທຽບໃສ່ແຜນປີ 88,75 % , ສິນເຊື່ອເງິນກູ້ປະຕິບັດໄດ້ 54,900 ຕື້ກີບ ທຽບໃສ່ແຜນການເທົ່າກັບ 82,62 %.

ເຊິ່ງໃນປີ 2017 ຜ່ານມາອີງໃສ່ຜົນງານ ໃນການຈັດຕັ້ງປະຕິບັດຕົວຈິງ ສໍາລັບ ການລະດົມເງິນຝາກຂອງລູກຄ້າແຜນປີທີ່ວາງໄວ້ 47 ຕື້ກີບ ປະຕິບັດໄດ້ 41,7 ຕື້ກີບ ເທົ່າກັບ 88,72 % ຂອງແຜນປີ, ດ້ານສິນເຊື່ອເງິນກູ້ແຜນປີ 58,1 ຕື້ກີບ ປະຕິບັດໄດ້ຕົວຈິງ 60,7 ຕື້ກີບ ຖືວ່າໄດ້ລື່ນແຜນການ ຫລື ເທົ່າກັບ 104,47 % ຂອງແຜນປີ ສ່ວນສາຍເຫດທີ່ປະຕິບັດໄດ້ລື່ນແຜນ ແມ່ນຍ້ອນການອໍານວຍຄວາມສະດວກ ຈາກພາກລັດໃນການດໍາເນີນທຸລະກິດ ບວກກັບຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຈາກລູກຄ້າ, ພະນັກງານແຕ່ລະຄົນແມ່ນເຮັດວຽກ ຢ່າງມີຄວາມຮັບຜິດ ຊອບສູງໃນການປະຕິບັດລະບຽບ ພາຍໃນຂອງທະນາຄານຢ່າງເຂັ້ມງວດ. ສໍາລັບປີ 2017 ທີ່ຜ່ານມາທະນາຄານກາງ ໄດ້ວາງມາດຕະຖານ ອັດຕາຄວາມສຽງ ດ້ານການປ່ອຍສິນເຊື່ອ ( NPL ) ຢູ່ທີ 3 % ແຕ່ທະນາຄານເອຊີລີດາ ຈໍາກັດ ສາຂາແຂວງຄໍາມ່ວນປະຕິບັດໄດ້ 0,29 %. ສ່ວນຈໍານວນບັນຊີເງິນຝາກລູກຄ້າ ປະຈຸບັນແມ່ນມີເຖິງ 8.600 ກວ່າບັນຊີ.
ພ້ອມນີ້ ທ່ານ ບຸນລ໋ອງ ບຸຜາຄໍາ ຍັງກ່າວຕືມອີກວ່າ: ດ້ານການປ່ອຍສິນເຊື່ອແມ່ນສາມາດປ່ອຍກູ້ໄດ້ ຫລາຍແຕ່ທັງໝົດ ແມ່ນຂຶ້ນກັບການຄຸ້ມຄອງຂອງທະນາຄານ ທີ່ມີຄຸນນະພາບ ເຊິ່ງໃນການປ່ອຍສິນເຊື່ອ ໃຫ້ລູກຄ້າແມ່ນອີງໃສ່ຄວາມຮູ້ -ຄວາມສາມາດຕົວຈິງຂອງລູກຄ້າ ແຕ່ລະຄົນ ໃນການຊໍາລະເງິນຄືນທະນາຄານ ເພື່ອຫລີກ ລ້ຽງຜົນກະທົບ ທີ່ຈະຕາມມາດັ່ງນັ້ນຈິ່ງເຮັດໃຫ້ຄວາມສ່ຽງຫລຸດລົງ. ສໍາລັບດ້ານການສະໜອງສິນເຊື່ອເງິນກູ້ ເພື່ອການດໍາເນີນທຸລະກິດທາງທະນາ ຄານຫລັກໆ ແມ່ນປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SME ເຊິ່ງການອະນຸມັດວົງເງິນສິນເຊື່ອ ຈະຂຶ້ນກັບເງື່ອນໄຂຂອງລູກຄ້າ ໂດຍຜ່ານການວິເຄາະຕົວຈິງ ຈາກພະນັກ ງານສິນເຊື່ອ ຂອງທະນາຄານຢູ່ພາກສະໜາມ ເຊິ່ງຈະສອດຄ່ອງກັບ ປະເພດທຸລະກິດໂດຍອັດຕາດອກເບ້ຍຈະຂຶ້ນກັບວົງເງິນ ໃນການປ່ອຍກູ້ຄື 15 ລ້ານກີບ ລົງມາແມ່ນກໍານົດ 01 ປີ, ຖ້າຫຼາຍກວ່າ 15 ລ້ານກີບຂຶ້ນໄປແມ່ນໄລຍະເວລາ 06 ປີ, ສໍາລັບອັດຕາດອກເບ້ຍ 01 ປີລົງມາແມ່ນ 12 % ຕໍ່ , ຖ້າຫຼາຍກວ່າ 01 ປີ - 04 ປີແມ່ນ 13 % , ຫຼາຍກວ່າ 04 ປີ - 06 ປີແມ່ນ 13,5 % . ສ່ວນວ່າການຊໍາລະເງິນຄືນ ແມ່ນຂຶ້ນກັບເງື່ອນໄຂທຸລະກິດ ຂອງລູກຄ້າເຊັ່ນດຽວກັນ .
ຂ່າວ-ພາບ : ແດງສະຫວັດ ແສນພານິດ
ไม่มีความคิดเห็น:
แสดงความคิดเห็น