วันศุกร์ที่ 15 มิถุนายน พ.ศ. 2561

ນັກແລ່ນ ຈາກລາວ ເດີນທາງຮ່ວມຊີງໄຊລະດັບສາກົນທີ່ ສິງກະໂປ ໂອເພັນ 2018

ເມື່ອ​ບໍ່​ດົນ​ມາ​ນີ້ 5 ນັກແລ່ນທິມຊາດລາວ ນຳໂດຍ ນາງ ລົດແກ້ວ ອິນທະກຸມມານ, ທ້າວ ອານຸສອນ ໄຊສາ, ທ້າວ ອັກສອນສາດ ລາດສະວົງ, ທ້າວ ສີພາສຸກ ບົວວິໄລທອງ ແລະ ທ້າວ ສົມສະຫນຸກ ບົວວິໄລທອງ ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນແລ່ນ-ລານລະດັບສາກົນ ລາຍການ ສິງກະໂປ ໂອເພັນ ຄັ້ງທີ 80 (80th Singapore Open Track & Field Championships 2018) ໃນວັນທີ 11-12 ເມສາ 2018 ນີ້ ທີ່ປະເທດສິງກະໂປ ໂດຍຈະຮ່ວມແຂ່ງຂັນ 9 ລາຍການຄື:

ນາງ ລົດແກ້ວ ອິນທະກຸມມານ ຈະລົງແຂ່ງລາຍການ 800 ແມັດ ແລະ 1500 ແມັດ
ທ້າວ ອານຸສອນ ໄຊສາ ຈະລົງແຂ່ງລາຍການ ແລ່ນຂ້າມຮົ້ວ 110 ແມັດ ແລະ ປະເພດທີມແລ່ນສົ່ງຕໍ່ໄມ້ 4×100 ແມັດ
ທ້າວ ອັກສອນສາດ ລາດສະວົງ ແລ່ນ 100 ແມັດ, 200 ແມັດ ແລະ ທິມແລ່ນສົ່ງຕໍ່ໄມ້ 4×100 ແມັດ
ທ້າວ ສີພາສຸກ ບົວວິໄລທອງ ແລ່ນ 100 ແມັດ, 200 ແມັດ ແລະ ທີມແລ່ນສົ່ງຕໍ່ໄມ້ 4×100 ແມັດ
ທ້າວ ສົມສະຫນຸກ ບົວວິໄລທອງ ແລ່ນຂ້າມຮົ້ວ 400 ແມັດ ແລະ ທີມຊາຍແລ່ນສົ່ງຕໍ່ໄມ້ 4×100 ແມັດ.
ການ​ແຂ່ງຂັນ​ຄັ້ງ​ນີ້ ຄາດວ່າຈະມີນັກກິລາເຂົ້າຮ່ວມຫລາຍພັນຄົນ, ຈາກຫລາຍປະເທດໃນທົ່ວໂລກ ຊີງ 36 ລາຍການ, ຍິງ 16 ລາຍການ, ຊາຍ 16 ລາຍການ.
ແຫ່ລງຂ່າວມາຈາກ:https://laopost.com/2018/04/11/100329

ไม่มีความคิดเห็น:

แสดงความคิดเห็น

ຂ.ອຸດົມໄຊ 12 ຄອບຄົວ ຈະໄດ້ ຄ່າຊົດເຊີຍ

ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈຳນວນ 12 ຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຈະໄດ້ຮັບຄ່າຊົດເຊີຍ ພາຍໃນວັນທີ 18 ມິຖ...