ສະຖາບັນ ຊັພກອນໂລກ (World Resources Institutions) ຖແລງວ່າ ໃນໄລຍະ 15 ປີຜ່ານມານີ້ ສປປ ລາວ ມີອັຕຣາການຫລຸດລົງ ຂອງພຶ້ນທີ່ປ່າ ຫລາຍທີ່ສຸດປະເທດນຶ່ງ ໃນໂລກ ເນື່ອງມາຈາກ ປັດໃຈຫລາຍຢ່າງ ບໍ່ວ່າຈະເປັນ ການພັທນາ ໂຄງຮ່າງພື້ນຖານ, ການປ່ຽນຜືນປ່າ ມາເປັນເຂດອຸດສະຫະກັມ, ການໃຊ້ ທີ່ດີນປູກພືດເສຖກິຈ, ຮວມເຖິງ ການລັກລອບຕັດໄມ້. ສີ່ງເຫລົ່ານີ້ ລ້ວນແຕ່ເປັນໄພຄຸກຄາມ ທີ່ເຮັດໃຫ້ເນື້ອທີ່ປ່າໄມ້ ຫລຸດລົງ. ຕາມການສຳຫຼວດຂອງ ກະຊວງກະສິກັມ ແລະ ປ່າໄມ້, ໃນປີ 1940 ການປົກຫຸ້ມປ່າໄມ້ ໃນລາວ ມີປະມານ 70% ຂອງເນື້ອທີ່ ທົ່ວປະເທດ ມາຮອດ 2018 ເນື້ອທີ່ປ່າໄມ້ ຍັງເຫຼືອພຽງແຕ່ 40% ເທົ່ານັ້ນ.
ປັດຈຸບັນ ທາງການລາວ ໄດ້ອອກມາຕການການຟື້ນຟູປ່າໄມ້ ໂດຍອີງໃສ່ ແຜນການພັທນາ ແບບຍືນຍົງ ຂອງອົງການສະຫະປະຊາຊາດ ແຕ່ນີ້ ຮອດປີ 2020 ຈະຍົກຣະດັບ ການປົກຫຸ້ມ ຂອງປ່າໄມ້ ໃຫ້ໄດ້ 70% ຂອງເນືໍ້ອທີ່ ທົ່ວປະເທດ ຫຼື ເທົ່າກັບ 16.5 ລ້ານເຮັກຕ້າ ໃນນັ້ນມີປ່າສະຫງວນ 4.7 ລ້ານເຮັກຕ້າ, ປ່າປ້ອງກັນ 8.2 ລ້ານເຮັກຕ້າ, ປ່າຜລິດ 3.1 ລ້ານເຮັກຕ້າຣ, ຟື້ນຟູປ່າ ທັມມະຊາດ 6 ລ້ານເຮັກຕ້າຣ ແລະ ປ່າປູກ 5 ແສນເຮັກຕ້າຣ ດ້ວຍການສົ່ງເສີມ ທຸກພາກສ່ວນເສຖກິຈ, ຜູ້ປະກອບການ ແລະ ຊຸມຊົນ ໃນສັງຄົມ ເຂົ້າຮ່ວມປູກຕົ້ນໄມ້.
ດັ່ງ ທ່ານ ລຽນທິແກ້ວ ຣັຖມົນຕຣີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວເຖິງ ແຜນການ ການຟື້ນຟູປ່າ ເນື່ອງໃນວັນປູກຕົ້ນໄມ້ ແຫ່ງຊາດ ປີນີ້ວ່າ:
"ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ໃນປີນີ້ ກະຊວງກະສິກຳ ແລະ ປ່າໄມ້ ຂອງ ອົງການປົກຄອງທ້ອງຖິ່ນ ທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປູກຕົ້ນໄມ້ ຢູ່ທ້ອງຖິ່ນ ສະນັ້ນປີນີ້ ຖືວ່າ ວາງແຜນການອອກເກັບແກ່ນໄດ້ 60,000 ກິໂລ ກ້າເບັ້ຽໄມ້ ໄດ້ 14 ລ້ານເບັ້ຽ ປູກໄມ້ໃຫ້ ໄດ້ 27 ພັນ ເຮັກຕ້າຣ ພວກເຮົາ ໄດ້ສຸມໃສ່ ສອງມາຕການ ໃນຮ່າງນະໂຍບາຍໃໝ່ ອັນທີນຶ່ງ ແມ່ນເນັ້ນໃສ່ການຄຸ້ມຄອງ ການປົກຮັກສາ ປ່າທັມມະຊາດ ທີ່ມີຢູ່ໃນປັດຈຸບັນນີ້ນ່າ ບໍ່ໃຫ້ມັນຖືກທຳລາຍ ຕາມຄຳສັ່ງເລກທີ 15, ສອງ ແມ່ນສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ ໃສ່ບ່ອນປ່າໄມ້ ທີ່ມີຄວາມອຸດົມສົມບູນ ຂື້ນໄປເລື້ອຍໆ ແຕ່ວ່າ ໄດ້ມີ 3 ນະໂຍບາຍໃຫຍ່ ຢູ່ໃນດຳຣັຖ ຮ່າງດຳຣັຖນັ້ນ ໄດ້ຂຽນນີ້ ຫລາຍນະໂຍບາຍອອກມາ ແຕ່ຂ້າພະເຈົ້າ ຂໍສັງລວມມີ 3 ອັນ ມາຕການທີ 1 ການຄຸ້ມຄອງ ການປົກປັັກຮັກສາ ປ່າໄມ້ທັມມະຊາດ ສຸມໃສ່ ແມ່ນການຈັດແບ່ງເຂດປ່າໄມ້ ໃຫ້ຈະແຈ້ງ 1 ປ່າສງວນແຫ່ງຊາດ 2, ປ່າປ້ອງກັນ ເຂດປ່າປ້ອງກັນ ໂດຍສະເພາະ ເຂດປ່າສງວນແຫ່ງຊາດນີ້ ມັນກໍມີປ່າສງວນ ຂອງແຂວງ, ປ່າສງວນ ຂອງເມືອງ, ປ່າສງວນ ຂອງບ້ານ ທີ່ກຳນົດ ຈະແຈ້ງ ເຂດປ່າປ້ອງກັນ ແຫ່ງຊາດ ຂອງແຂວງ ຂອງເມືອງ ຂອງບ້ານ ພ້ອມທັງ ການວາງມາຕການຄຸ້ມຄອງ ປົກປັກຮັກສາ ທີ່ໄດ້ກຳນົດໄວ້ ຢຸູ່ໃນດຳຣັຖ ຂອງນາຍົກເລກທີ 134 ອັນນີ້ ປະຕິບັດ ຢ່າງເຂັ້ມງວດ ແລະ ດຳຣັຖ ເລກທີ 133 ຂອງນາຍົກ."
ນັກວິຊາການ ທ່ານນຶ່ງ ໄດ້ກ່າວວ່າ ເຖີງແມ່ນວ່າ ທາງການລາວ ໄດ້ກຳນົດ ເອົາວັນທີ 01 ມີຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອປູກຈິດສຳນຶກ ໃຫ້ຄົນລາວ ຮັກ ແລະ ຫວງແຫນ ປ່າໄມ້ ທີ່ມີຄຸນປໂຍດ ອັນໃຫຍ່ຫລວງ ຕໍ່ກັບການດຳລົງຊີວິດ ຂອງຄົນລາວ ມາແຕ່ໃດມາກໍຕາມ. ການປູກຕົ້ນໄມ້ ແຕ່ລະປີ ນັ້ນ ເປັນພຽງພິທີການ ທີ່ປະຕິບັດກັນມາ ໃນແຕ່ລະປີ ເທົ່ານັ້ນ ເມື່ອສັງລວມແລ້ວ ຍັງບໍ່ທັນໄດ້ຮັບໝາກຜົນ ຢ່າງເປັນຮູບປະທັມ. ອຸປະສັກ ທີ່ທ້າທາຍ ຂອງ ຣັຖບານ ຄື ການຟື້ນຟູປ່າໄມ້ ນັບແຕ່ ປີນີ້ ໄປຈົນຮອດ ປີ 2020 ຈະໃຫ້ປ່າໄມ້ ກັບມາປົກຫຸ້ມ ທົ່ວປະເທດລາວ ໄດ້ 70% ມັນຈະເປັນໄປໄດ້ ຫຼື ບໍ່, ເພາະໄລຍະຜ່ານມາ ແຜນການດັ່ງກ່າວ ຍັງເຮັດບໍ່ໄດ້ ຍ້ອນວ່າ ຍັງມີການເຄື່ອນໄຫວ ຂົນໄມ້ ອອກນອກປະເທດ, ການລັກລອບ ການຕັດໄມ້ ແລະ ທີ່ສຳຄັນ ງົບປະມານ ທີ່ນຳໃຊ້ ເຂົ້າໃນການປົກປັກຮັກສາປ່າ ຍັງຂາດເຂີນ ອັນເປັນສາເຫດດເຮັດໃຫ້ປ່າໄມ້ ຫລຸດລົງ ທຸກມື້ນີ້.
ດັ່ງວິຊາການ ທ່ານນີ້ ກ່າວຕື່ມວ່າ:
"ຍ້ອນຄວາມຕ້ອງການ ຂອງສັງຄົມ ການຕລາດ ມີຄວາມຕ້ອງການເນາະ ຜູ້ຂີ້ລັກ ມັນກາຢາກໄດ້ ການຫລຸດລົງ ມັນກາມີສ່ວນເນາະ ບໍ່ວ່າ ໃນເຂດໃດແຫລະ ປະຊາກອນ ມັນເພີ່ມຂື້ນ ການພັທນາ ມັນມີຄວາມຂັດແຍ່ງ ຣະຫວ່າງ ຜູ້ອານຸຮັກ ກັບຜູ້ຢາກໄດ້ ຢູ່ແລ້ວ ແຕ່ວ່າ ບໍ່ທັນຂ້ອນຂ້າງ ມີຄວາມຮຸນແຮງ."
ທາງການລາວ ກໍຍອມຮັບວ່າ ໃນໄລຍະ 15 ປີຜ່ານມາ ປ່າສງວນແຫ່ງຊາດ ຫຼຸດລົງ ຢ່າງຫຼວງຫຼາຍ. ເນື່ອງຈາກ ການລັກລອບການຕັດໄມ້ ໃນເຂດປ່າສງວນແຫ່ງຊາດ ຢ່າງກ້ວາງຂວາງ ໂດຍມີ ເຈົ້າໜ້າທີ່ ພາກຣັຖ ເຂົ້າສົມຮູ້ຮ່ວມຄິດ ກັບນັກລົງທືນ ເຊີ່ງເຮັດໃຫ້ປ່າໄມ້ ຍັງເຫລືອ 4 ລ້ານເຮັກຕ້າຣ ຫຼື 16% ຂອງເນື້ອທີ່ທັງໝົດ. ຍີ່ງໄປກວ່ານັ້ນ, ການກວດກາ ເຂດສຳປະທານ ຫລາຍກວ່າ 200 ແຫ່ງທົ່ວປະເທດ ພົບວ່າ ມີການລ່ວງລໍ້າ ເຂົ້າໄປຕັດໄມ້ ໃນປ່າສງວນ, ປ່າປ້ອງກັນ ຢ່າງຫຼວງຫຼາຍ, ໂດຍອີງຕາມບົດຣາຍງານ ຂອງກະຊວງແຜນການ ແລະ ການລົງທືນ, ຣັຖບານ ໄດ້ໃຫ້ສັມປະທານ ທີ່ີດີນ ປູກພືດເສຖກິຈ ເຊັ່ນ ຢາພາຣາ, ຢູຄາລີບຕັດ, ອ້ອຍ, ສາລີ ແລະ ມັນຕົ້ນ ຄິດເປັນເນື້ອທີ່ລວມ 572,000 ເຮັກຕ້າຣ, ໃນນັ້ນ ພາກຕົວຈີງ ພົບວ່າ ມີການລັກລອບຕັດໄມ້ ປ່າສງວນ ເຖີງ 1 ລ້ານເຮັກຕ້າຣ.
ເພື່ອສະກັດກັ້ນ ການລັກລອບ ການຕັດໄມ້ ແບບຊະຊາຍ, ການຄ້າໄມ້ເຖື່ອນ ແລະ ໄພພິບັດທັມມະຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ອອກຄຳສັ່ງ ເລກທີ 15/ນຍ ເພື່ອປິດປ່າ ພ້ອມທັງ ຢືນຢັນວ່າ ຈະລົງໂທດພະນັກງານ ຣັຖທຸກຄົນ ທີ່ກ່ຽວຂ້ອງ ກັບການຄ້າໄມ້ເຖື່ອນ ຫຼື ຂັດຄຳສັ່ງ ຫ້າມບໍ່ໃຫ້ມີ ການອະນຸຍາດສັມປະທານ ປ່າໄມ້ ອີກຕໍ່ໄປ.
ທ່ານ ທອງລຸນກ່າວວ່າ:
"ຕໍ່ໄປ ຈະບໍ່ມີໂຄຕ້າ ເພາະວ່າ ຜ່ານມາເວົ້າເຣື່ອງ ໂຄຕານີ້ ເສັຽຫາຍຫລາຍ ຊັ້ນຄຳສັ່ງນີ້ ຢຸດສົ່ງອອກໄມ້ທ່ອນ ເດັດຂາດໂລດ ຜູ້ໃດຝືນ ບໍ່ໄດ້ ແຕ່ວ່າ ພວກລັກລອບ ຕ້ອງເຄັ່ງຂັດໃດ ຕ້ອງໄດ້ກວດໃດຜູ້ໃດ ກະຢ່າ ບໍ່ໃຫ້ມີເບື້ອງໜ້າເບື້ອງຫລັງ. ໄມ້ຢູ່ສນາມນຶ່ງ ບໍ່ໃຫ້ເຂື່ອນອອກມາສນາມສອງ ເດັດຂາດ ປະໄວ້ໃຫ້ລະ ຖ້າວ່າ ເອົາຈາກສນາມນຶ່ງ ຂົນມາສນາມສອງ ປະຊາຊົນ ໄປຕັດອີກ ເພາະວ່າ ພວກພໍ່ຄ້າ ເຂົາໄປຈ້າງ ປະຊາຊົນຕັດ ສ່ວນວ່າ ໄມ້ຜິດ ເຈົ້າຕັດເກີນບໍ່ເສັຽພັນທະ ຫຼື ລັກລອບຕັດ ຢຶດເປັນຂອງຣັຖໂລດ."
ຜົລຈາກ ການອອກຄຳສັ່ງ ຂອງນາຍົກ ເຮັດໃຫ້ ເຈົ້າໜ້າທີ່ ສາມາດຈັບກຸມ ການຄ້າໄມ້ເຖື່ອນໄດ້ ໃນຫລາຍແຂວງ ເຊັ່ນ ແຂວງສະຫວັນນະເຂດ, ແຂວງ ອັດຕະປື, ແຂວງຄຳມວ່ນ, ແຂວງ ບໍລິຄຳໄຊ, ແຂວງ ຫລວງນໍ້າທາ, ແຂວງ ໄຊຍະບູຣີ, ແຂວງ ອຸດົມໄຊ ແລະ ແຂວງຊຽງຂວາງ ສ່ວນຫລາຍ ແມ່ນໄມ້ເຖື່ອນ ຈະສົ່ງອອກໄປ ວຽດນາມ ແລະ ຈີນ. ຫລ້າສຸດ ວັນທີ 20 ເດືອນເມສາ 2018, ນາຍົກໄດ້ສັ່ງປິດ ໂຮງເລື່ອຍໄມ້ 1,206 ແຫ່ງ ທີ່ກ່ຽວຂ້ອງ ກັບການລັກລອບຕັດໄມ້ ແລະ ຄ້າໄມ້ຜິດກົດໝາຍ ໃນນັ້ນ ໂຮງເລື່ອຍ ທີ່ບໍ່ໄດ້ຮັບອານຸຍາດ ຕາມຣະບຽບກົດໝາຍ 1,186 ແຫ່ງ ສ່ວນອີກ 20 ແຫ່ງ ກໍໄດ້ລັກລອບຕັດໄມ້ ໃນເຂດປ່າສງວນແຫ່ງຊາດ. ພ້ອມນີ້ ຍັງມີອີກ ຫລາຍກໍຣະນີ ທີ່ຍັງມີຜູ້ຣະເມີດຄຳສັ່ງ ຂອງທ່ານນາຍົກຣັຖມົນຕຣີ.
ບັນຫາ ທີ່ກ່າວມາຂ້າງເທີງນັ້ນ ເຮັດໃຫ້ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໂດຍສະເພາະ ສະຖາບັນ ຊັພກອນໂລກ ຕ່າງກໍວິຕົກກັງວົນ ເຖິການປາບປາມ ຜູ້ລັກລອບຄ້າໄມ້ເຖື່ອນ ຂອງ ຣັຖບານລາວ ຢ້ານວ່າ ບໍ່ປະສົບສຳເລັດ ເພາະຍັງມີ ພະນັກງານຣັຖ ທັງສູນກາງ ແລະ ທ້ອງຖິ່ນ ມີສ່ວນໄດ້ເສັຽ ກັບຂະບວນການນີ້ ດ້ວຍເງື່ອນໄຂ ຈຸດນີ້ ຈື່ງເຮັດໃຫ້ ສປປ ລາວ ຈະບໍ່ສຳເລັດຜົນ ໃນການປູກປ່າ.
ສ່ວນທາງດ້ານ ທ່ານ ສຸຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ຍອມຮັບວ່າ ເປັນການຍາກ ແລະ ເປັນສີ່ງທ້າທາຍຫລາຍ ທີ່ຈະເພີ່ມການປົກຫຸ້ມ ຂອງປ່າໄມ້ລາວ ໃຫ້ເຖີງ70% ເພາະເຣີ້ມຈັດຕັ້ງ ແຕ່ປີ 2005 ເປັນຕົ້ນມາ ໄດ້ປະເຊີນກັບ ບັນຫາຫລາຍດ້ານ ທີ່ຮວມເຖີງ ບັນຫາການປະສານງານ ຣະວ່າງໜ່ວຍງານ ຂອງຣັຖບານດ້ວຍກັນ.
ไม่มีความคิดเห็น:
แสดงความคิดเห็น